| ບົດຄັດຫຍໍ້:
ການຄົ້ນຄວ້າຄັ້ງນີ້ ມີຈຸດປະສົງເພື່ອປະເມີນຄວາມສອດຄ່ອງດ້ານບໍລິບົດ, ດ້ານປັດໄຈນໍາເຂົ້າ, ດ້ານຂະບວນການ ແລະ ດ້ານຜົນຜະລິດຂອງຫຼັດສູນແພດສາດ ຄະນະແພດສາ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໂດຍໃຊ້ຮູບແບບການປະເມີນແບບ CIPP Model, ກຸ່ມເປົ້າໝາຍທີ່ໃຊ້ໃນການຄົ້ນຄວ້າຈໍານວນ 330 ຄົນ ປະກອບດ້ວຍອາຈານສອນ 50 ທ່ານ, ນັກສຶກສາ 200 ຄົນ, ອາດີດນັກສຶກ 50 ຄົນ ແລະ ນາຍຈ້າງ 30 ທ່ານ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າໄດ້ແກ່ແບບສອບຖາມ. ວິເຄາະຂໍ້ມູນໂດຍໃຊ້ຄ່າສ່ວນຮ້ອຍ (%), ຄ່າສະເລ່ຍ ( µ ) ແລະ ຄ່າຜັນປ່ຽນມາດຕະຖານ ( σ ). ຜົນການຄົ້ນຄວ້າເຫັນວ່າ:
ຜົນການຄົ້ນຄວ້າພົບວ່າ:
ດ້ານບໍລິບົດ ເຫັນວ່າ: ປັດຊະຍາຫຼັກສູດ, ຈຸດປະສົງຂອງຫຼັກສູດ, ດ້ານໂຄງສ້າງຂອງຫຼັກສູດ ແລະ
ເນື້ອໃນຂອງຫຼັກສູດແຕ່ລະລາຍວິຊາ ມີຄວາມສອດຄ່ອງຢູ່ໃນລະດັບຫຼາຍ.
ດ້ານປັດໄຈນໍາເຂົ້າ ເຫັນວ່າ: ດ້ານການສອນ, ດ້ານນັກສຶກສາ ແລະ ດ້ານອຸປະກອນການຮຽນ - ການ.
ສອນ, ຕໍາລາຮຽນ ແລະ ສະຖານທີ່ຮຽນ ມີຄວາມສອດຄ່ອງໃນລະດັບປານກາງ ແລະ ຄວນປັບປຸງດ້ານປັດໄຈນໍາເຂົ້າໃຫ້ມີຄວາມເໝາະສົມ ແລະ ໃຫ້ມີປະສິດຕິພາບ.
ດ້ານຂະບວນການ ເຫັນວ່າ: ການບໍລິຫານຫຼັກສູດ, ການຈັດການຮຽນ - ການສອນ, ການວັດ ແລະ
ການປະເມີນຜົນ ມີຄວາມສອດຄ່ອງໃນລະດັບຫຼາຍ ແຕ່ຄວນປັບປຸງການເຮັດຫັດຖະການໃຫ້ມີຄວາມເໝາະສົມໃຫ້ຫຼາຍຂື້ນ.
ດ້ານຜົນຜະລິດ ເຫັນວ່າ: ດ້ານພຶດຕິກຳ, ທັດສະນະຄະຕິ, ຄຸນນະທຳ ແລະ ຈາລິຍະທຳແຫ່ງວິຊາຊີບ,
ດ້ານທັກສະໃນການສື່ສານ ແລະ ສ້າງຄວາມສໍາພັນ, ຄວາມຮູ້ຟື້ນຖານ, ທັກສະທາງດ້ານຄຼີນິກ, ທັກສະດ້ານການກວດພະຍາດໂດຍໃຊ້ເຄື່ອງມືພື້ນຖານ ແລະ ການພັດທະນາຄວາມຮູ້ທາງວິຊາຊີບ ມີຄວາມສອດຄ່ອງໃນລະດັບຫຼາຍ, ແຕ່ຄວນປັບປຸງຄວາມຮູ້ຄວາມຊຳນານໃນວິຊາຊີບ. |