| ຄວາມສໍາຄັນຂອງບັນຫາ: ການປິ່ນປົວໜິ້ວໄຂ່ຫຼັງດ້ວຍການຜ່າຕັດເປັນສິ່ງທີ່ສໍາຄັນຫຼາຍເນື່ອງຈາກຈະຊ່ວຍການຫຼຸດຜ່ອນຄວາມເຈັບປວດ, ການອັກເສບ ແລະ ການຮັກສາໜ້າທີ່ການຂອງໄຂ່ຫຼັງໄວ້.
ວິທີວິທະຍາການຄົ້ນຄວ້າ: ການສຶກສາໃນຮູບແບບພັນລະນາໄປທາງໜ້ານະຈຸດເວລາໃດໜຶ່ງ ເພື່ອຄົ້ນຫາຜົນໄດ້ຮັບຂອງການຜ່າຕັດໜິ້ວໄຂ່ຫຼັງ ທີ່ພະແນກຜ່າຕັດລະບົບຖ່າຍເທ, ໂຮງໝໍມະໂຫສົດ. ແຕ່ເດືອນມິຖຸນາ ເຖິງ ທັນວາ 2017 ກຸ່ມຕົວຢ່າງ 120 ຄົນ, ການລວບຂໍ້ມູນໃຊ້ແບບສອບຖາມ ໂດຍການສໍາພາດ, ການບັນທຶກຈາກເອກະສານຄົນເຈັບ ແລະຕິດຕາມຄົນເຈັບຫລັງການຜ່າຕັດ. ການວິເຄາະຂໍ້ມູນໂດຍໃຊ້ສະຖິຕິແບບພັນລະນາ, ວິເຄາະຂໍ້ມູນໂດຍໃຊ້ໂປຣແກຣມ SPSS. |