ພາລະບົດບາດ(Role)
- ຄົ້ນຄວ້າ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນຍຸດທະສາດກ່ຽວກັບວຽກງານຂໍ້ມູນຂ່າວສານ-ໄອທີ ມາເປັນແຜນງານ, ແຜນການ, ໂຄງການ ແລະ ກິດຈະກໍາລະອຽດ ເພື່ອໃຫ້ມີປະສິດທິຜົນ
- ອອກຂໍ້ກໍານົດກົດລະບຽບໃນການໃຫ້ບໍລິການ, ການຄູ້ມຄອງປື້ມ, ວາລະສານ ແລະ ສິ່ງພິມຕ່າງໆ ພາຍໃນຫ້ອງສະໝຸດ
- ສ້າງແຜນການ ແລະ ໂຄງການ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ
- ສ້າງເປັນສູນລວມຂໍ້ມູນຂ່າວສານເພື່ອເປັນບ່ອນຄົ້ນຄ້ວາ ຂອງ ຄູ, ອາຈານ, ພະນັກງານ ແລະ ນັກສຶກສາ
- ສ້າງລະບົບຕາໜ່າງເຄືອຂ່າຍລະຫ່ວາງຫໍສະໝຸດກາງຂອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກັບຫໍສະໝຸດແຫ່ງຊາດ, ຫໍສະໝຸດກາງຂອງມະຫາວິທະຍາໄລແຫ່ງຊາດ, ຫ້ອງສະໝຸດຂອງຄະນະວິຊາຕ່າງໆ ອ້ອມຂ້າງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ແລະ ຫໍສະໝຸດແຫ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ
- ຮີບໂຮມຜົນງານການຄົ້ນຄ້ວາ ຂອງຄູ-ອາຈານ ແລະ ນັກສຶກສາເຊັ່ນ:ບົດວິທະຍານິພົນລະດັບປະລິນຍາເອກ, ປະລິນຍາໂທ ແລະ ບົດຂຽນໂຄງການຈົບຊັ້ນທີ່ດີເດັ່ນຂອງນັກສຶກສາ ລະດັບປະລິນຍາຕີ, ປະລີນຍາໂທ
- ບໍລິຫານຄຸ້ມຄອງ, ບູລະນະຮັກສາສິ່ງພິມຕ່າງໆ, ບໍລິການຢືມ-ສົ່ງ ອື່ນໆ, ຈັດໝວດປື້ມ, ສ້າງບັດລາຍການ, ບັນນານຸກົມ, ດັດສະນີ ແລະ ວາລະສານສັງເຂບໃຫ້ຖືກຕ້ອງ ມີຄວາມເປັນເອກະພາບກັບຫ້ອງສະໝຸດຄະນະວິຊາຕ່າງໆ
- ເກັບກຳຂໍ້ມູນປື້ມ, ວາລະສານ, ໜັງສືພີມ, ເອກະສານຕ່າງໆ ດ້ວຍລະບົບຄອມພີວເຕີເພື່ອອຳນວຍຄວາມສະດວກໃນການຄົ້ນຫາເອກະສານ
- ຈັດຕັ້ງບຳລຸງ, ຝຶກອົບຮົມ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການຫ້ອງສະໝຸດໃຫ້ແກ່ພະນັກ ງານ ຫ້ອງສະໝຸດກາງ ແລະ ຫ້ອງສະໝຸດຄະນະວິຊາຕ່າງໆ ຂອງ ມວສ
- ເຜີຍແຜ່ຂໍ້ມູນດ້ວຍການໂຄສະນາ, ປະຊາສຳພັນ, ແນະນຳໃຫ້ພະນັກງານ, ຄູ, ອາຈານ ແລະ ນັກສຶກສາ ກ່ຽວ ກັບການນຳໃຊ້ ແຫຼ່ງຂໍ້ມູນ ແລະ ເອກະສານຕ່າງໆ ທີ່ເຂົ້າມາໃໝ່ຢ່າງທັນການ
- ຂົນຂວາຍຊອກຫາແຫຼ່ງທຶນເພື່ອມາຊື້ປື້ມ, ວາລະສານ, ໜັງສືພິມ, ຕຳລາການຮຽນ-ການສອນ ແລະ ເອກະ ສານຕ່າງໆ ເພື່ອໃຫ້ແທດເໝາະກັບການຮຽນ-ການສອນໃຫ້ຫຼາຍຂື້ນ
- ຄົ້ນຄ້ວາ ແລະ ນຳສະເໜີແຜນການ ການຈັດຫາເອກະສານກ່ຽວກັບວັດທະນະທຳ, ສັງຄົມ, ເສດຖະກິດ, ເຕັກນິກວິທະຍາສາດ ທີ່ສອດຄ່ອງກັບການຮຽນ-ການສອນ ແລະ ການຄົ້ນຄ້ວາຂອງ ມະຫາວິທະຍາໄລ
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.
ວິໃສທັດ(Vision)
- ຫໍສະໝຸດກາງ ມວສ ເປັນສູນກາງໃຫ້ບໍລິການຂໍ້ມູນຂ່າວສານການສຶກສາທາງການແພດທີ່ເນັ້ນໃສ່ ຜູ້ມາໃຊ້ບໍລິການ ທັງເປັນສູນການຮຽນຮູ້ດ້ານການຮຽນ ການສອນ ແລະ ການຄົ້ນຄວ້າ