ກົດລະບຽບ
1.ຈຸດປະສົງ
  • ເພື່ອເຮັດໃຫ້ຫ້ອງສະໝຸດກາງຂອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ເປັນສູນລວມຄົ້ນຄ້ວາ ແລະ ເຜີຍແຜ່ດ້ານວິທະຍາສາດ, ວິທະຍາການໃຫ້ແກ່ ຄູ - ອາຈານ, ພະນັກງານ, ນັກສຶກສາ ໃຫ້ໄດ້ຮັບຜົນດີ
  • ເພື່ອຄວາມເປັນລະບຽບຮຽບຮ້ອຍໃນການປົກປັກຮັກສາຊັບສົມບັດລວມບໍ່ໃຫ້ເສຍຫາຍ ແລະ ເພື່ອປ້ອງກັນຄວາມສະຫງົບພາຍໃນຫ້ອງສະໝຸດໃຫ້ໄດ້ດີ
  • ຄະນະພະແນກຫ້ອງສະໝຸດກາງ ໄດ້ວາງກົດລະບຽບ ແລະ ເງື່ອນໄຂການນຳໃຊ້ຫ້ອງສະໝຸດໂດຍໃຫ້ທຸກພາກສ່ວນທີ່ມານຳໃຊ້ພ້ອມກັນປະຕິບັດຢ່າງເຂັ້ມງວດຕາມລະບຽບຫຼັກການ ແລະເງື່ອນໄຂທີ່ໄດ້ວາງອອກ
2. ຜູ້ມີສິດນຳໃຊ້ຫ້ອງສະໝຸດກາງ
  • ຜູ້ຖືບັດເປັນສະມາຊິກຂອງຫ້ອງສະໝຸດໄດ້ແກ່ : ຄູ - ອາຈານ, ພະນັກງານ, ພະລາກອນ ຊ່ຽວຊານ ແລະ ນັກສຶກສາ ທີ່ເຮັດວຽກງານສິດສອນ, ຄົ້ນຄ້ວາ,ຮໍ່າຮຽນຢູ່ແຕ່ລະຄະນະວິຊາ, ສູນ, ໂຮງໝໍ ທີ່ຂື້ນກັບມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
  • ບຸກຄົນພາຍນອກທີ່ບໍ່ໄດ້ຂື້ນກັບ ມວສ ມີສິດເຂົ້າຄົ້ນຄ້ວາ ແລະ ນຳໃຊ້ເອກະສານຕ່າງໆໄດ້, ແຕ່ບໍ່ອະນຸຍາດໃຫ້ຢືມອອກໄປຈາກຫ້ອງສະໝຸດ
3. ລະບຽບການເປັນສະມາຊິກຫ້ອງສະໝຸດ
  • ຄູ - ອາຈານ, ພະນັກງານ, ພະລາກອນ ແລະ ນັກສຶກສາ ທີ່ສັງກັດຢູ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຕ້ອງເຮັດບັດສະມາຊິກຫ້ອງສະໝຸດພ້ອມດ້ວຍຮູບຖ່າຍແບບສຸພາບ (ບໍ່ເກີນ 3 ເດືອນ) ຂະໜາດ 2 x 2,5 ຊມ, ຈຳນວນ : 1 ໃບ
  • ບຸກຄົນພາຍນອກທີ່ບໍ່ສັງກັດຢູ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຕ້ອງມີໃບຢັ້ງຢືນທີ່ຢູ່ຫຼືໃບຢັ້ງຢືນຈາກກົມກອງທີ່ຕົນສັງກັດຢູ່ຢ່າງຖຶກຕ້ອງຕາມທາງລັດຖະການ ພ້ອມດ້ວຍຮູບຖ່າຍແບບສຸພາບ ( ບໍ່ເກີນ 3 ເດືອນ ) ຂະໜາດ 2 x 5,5 ຊມ, ຈຳນວນ: 1 ໃບບັດສະມາຊິກຫ້ອງສະໝຸດທີ່ອອກໃຫ້ນັ້ນໃຊ້ໄດ້ ພາຍໃນກຳນົດ 1 ສົກຮຽນ (ວັນທີ 1 / 9 – 31 / 8 / ຂອງປີຕໍ່ໄປ)
  • ໃນກໍລະນີເຮັດບັດເສຍຕ້ອງແຈ້ງຕໍ່ພະນັກງານຫ້ອງສະໝຸດ ຫ້ອງບໍລິການ ເພື່ອປະກອບເຮັດບັດໃໝ່ຕາມລະບຽບຫຼັກການ.
4. ຄ່າທຳນຽມ
  • ຄ່າທຳນຽມໃນການເຮັດບັດສະມາຊິກຫ້ອງສະໝຸດສຳລັບ ພະນັກງານ, ນັກສຶກສາ ແລະ ບຸກຄົນທົ່ວໄປ ແມ່ນ : 20,000 ກີບ / ສົກຮຽນ
  • ຄ່າຕໍ່ບັດສະມາຊິກແຕ່ລະປີແມ່ນ : 20,000 ກີບ / ສົກຮຽນ
5.ຜູ້ທີ່ມີສິດຢືມປື້ມອອກຈາກຫ້ອງສະໝຸດ
ຜູ້ທີ່ຢືມປື້ມອອກໄດ້ແມ່ນຜູ້ທີ່ຖືບັດສະມາຊິກຂອງຫ້ອງສະໝຸດ ຊຶ່ງປະກອບດ້ວຍບຸກຄົນ ດັ່ງລຸ່ມນີ້ :
  • ຄູ - ອາຈານ, ພະນັກງານ, ພະລາກອນ, ຊ່ຽວຊານ ແລະ ນັກສຶກສາ ທີ່ມີບັດສະມາຊິກຫ້ອງສະໝຸດ ທີ່ເຮັດວຽກງານການສິດສອນ, ຄົ້ນຄ້ວາ, ຮໍ່າຮຽນຢູ່ແຕ່ລະຄະນະວິຊາ,ໂຮງໝໍ, ສູນ ທີຂື້ນກັບມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
  • ບຸກຄົນປະເພດອື່ນທີ່ບໍ່ໄດ້ລະບຸໄວ້ໃນຂໍ້ຂ້າງເທິງນີ້ຖືວ່າບໍ່ມີສິດຢືມປື້ມອອກຈາກຫ້ອງສະໝຸດໄດ້ .
6. ລະບຽບໃນການຢືມ - ສົ່ງປື້ມ
  • ສະມາຊິກຫ້ອງສະໝຸດມີສິດຢືມປື້ມອອກໄດ້ 1-3 ຫົວ ຕໍ່ຄັ້ງ, ພາຍໃນກຳນົດເວລາ 7 ວັນ
  • ສະແດງບັດສະມາຊິກຫ້ອງສະໝຸດຕໍ່ພະນັກງານຮັບຜິດຊອບການຢືມ-ສົ່ງ ກ່ອນການຢືມປື້ມທຸກຄັ້ງ
  • ຫ້າມຝາກບັດສະມາຊິກຫ້ອງສະໝຸດໃຫ້ຜູ້ອື່ນມາຢືມປື້ມແທນ, ແຕ່ຝາກບັດ ແລະ ປື້ມມາສົ່ງແທນກັນໄດ້
  • ກ່ອນຈະນຳປື້ມອອກຈາກຫ້ອງສະໝຸດ ຕ້ອງກວດເບິ່ງສະພາບປື້ມ, ຈຳນວນປື້ມໃຫ້ຄົບຖ້ວນຈຶ່ງນຳອອກໄປໄດ້
  • ຕ້ອງສົ່ງປື້ມຕໍ່າລາ, ເອກະສານຕ່າງໆຕາມກຳນົດວັນທີ ທີ່ໄດ້ກຳນົດໄວ້
  • ເມື່ອຮອດກຳນົດສົ່ງປື້ມແຕ່ອ່ານບໍ່ທັນແລ້ວຜູ້ຢືມມີສິດຂໍຕໍ່ເວລາໄດ້ອິກ, ແຕ່ຕ້ອງນຳປື້ມທີ່ຢືມໄປນັ້ນມາສົ່ງຫຼືແຈ້ງຕໍ່ພະນັກງານຢືມ-ສົ່ງ ແລ້ວຂໍຢືມໃໝ່, ຖ້າບໍ່ນຳປື້ມມາສະເໜີນຳພະນັກງານຫ້ອງບໍລິການແລ້ວຖືວ່າສົ່ງປື້ມກາຍກຳນົດ ແລະ ຈະຖຶກປັບໄໝຕາມລະບຽບ
  • ສະມາຊິກຫ້ອງສະໝຸດຜູ້ໃດທີ່ຖືກຍົກຍ້າຍໄປປະຈຳການຢູ່ບ່ອນອື່ນຫຼືໄປຮຽນຍົກລະດັບຍາວນານ,ນັກສຶກສາປີສຸດທ້າຍທີ່ສຳເລັດການສຶກສາຈາກມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຕ້ອງນຳເອົາປື້ມຕໍ່າລາ, ເອກະສານຕ່າງໆທີ່ຕົນຢືມຈາກຫ້ອງສະໝຸດມາສົ່ງຄືນໃຫ້ຄົບຖ້ວນ
  • ຖ້າສະມາຊິກໃດຫາກບໍ່ປະຕິບັດຕາມກົດລະບຽບດັ່ງກ່າວນີ້ ( ສຳລັບນັກສຶກສາທີ່ສຳເລັດການສຶກສາແມ່ນຈະບໍ່ໄດ້ຮັບໃບປະກາດສະນີຍະບັດ ຫຼື ໃບຢັ້ງຢືນການຈົບຊັ້ນແຕ່ຢ່າງໃດເລີຍ ) .
7. ກຳນົດການຕໍ່ຢືມປື້ມ :
  • ປື້ມ, ເອກະສານຕ່າງໆສາມາດຢືມຕໍ່ໄດ້ໃນກຳນົດເວລາ 7 ວັນ, ຖ້າປື້ມເລົ່ານັ້ນບໍ່ມີຜູ້ຈ່ອງ, ແຕ່ຕ້ອງນຳເອົາປື້ມນັ້ນມາຕໍ່ນຳພະນັກງານຢູ່ຫ້ອງບໍລິການຢືມ-ສົ່ງ .
8. ປື້ມທີ່ຢືມອອກບໍ່ໄດ້ :
  • ປື້ມອ້າງອີງເຊັ່ນ : ວັດຈະນານຸກົມ, ສາລານຸກົມ, ບັນນານຸກົມ, ສິ່ງພີມລັດຖະບານ, ບົດວິທະຍານິພົນ, ປື້ມລາຍງານປະຈຳປີ
  • ປື້ມທຸກປະເພດທີ່ມີຈຳນວນພຽງແຕ່ຫົວດຽວ ແລະ ປະເພດປື້ມທີ່ໄດ້ຮັບໃຊ້ການຄົ້ນຄ້ວາວິທະຍາສາດ ຫຼື ເອກະສານອື່ນໆທີ່ທາງຫ້ອງສະໝຸດ ກຳນົດວ່າເປັນປື້ມທີ່ຢືມອອກບໍ່ໄດ້ .
9. ລະບຽບຫ້ອງອ່ານ :
  • ສະເໜີບັດສະມາຊິກຫ້ອງສະໝຸດທຸກຄັ້ງກ່ອນເຂົ້າຫ້ອງອ່ານ ແລະ ຈົດຊື່ໃສ່ປື້ມບັນທຶກຂອງຫ້ອງສະໝຸດ
  • ນຸ່ງເຄື່ອງເປັນລະບຽບ, ສຸພາບຮຽບຮ້ອຍ, ຫ້າມນຸ່ງໂສ້ງຂາສັ້ນ, ກະໂປ່ງ, ເສື້ອກ້າມ ຫຼື ຊຸດກິລາເຂົ້າຫ້ອງອ່ານ
  • ກ່ອນເຂົ້າຫ້ອງອ່ານຕ້ອງເອົາກະເປົາ, ຖົງເຄື່ອງ, ປື້ມຕ່າງໆຂອງຕົນໄວ້ໃນຕູ້ທີ່ພະນັກງານຫ້ອງສະໝຸດຈັດໄວ້ໃຫ້ຢູ່ທາງເຂົ້າ
  • ຖ້າມີເງິນ ຫຼື ວັດຖຸມີຄ່າອື່ນໆຕ້ອງເກັບຮັກສາໄວ້ດ້ວຍຕົນເອງ ;
  • ອະນຸຍາດໃຫ້ຖືສໍ, ບິກ, ປາກກາ, ເຈັ້ຍຂ່າວ, ປື້ມຂຽນສຳລັບບັນທຶກ . ສ່ວນປື້ມຕໍ່າລາ, ສິ່ງພີມອື່ນໆຖ້າຈຳເປັນນຳເຂົ້າຕ້ອງແຈ້ງໃຫ້ພະນັກງານກ່ອນ, ເມື່ອໄດ້ຮັບອະນຸຍາດແລ້ວຈຶ່ງສາມາດນຳເຂົ້າໄດ້
  • ຮັກສາຄວາມເປັນລະບຽບຮຽບຮ້ອຍໃນຫ້ອງອ່ານ ;
  • ຮັກສາປື້ມ ແລະ ຊັບສິນຕ່າງໆຂອງຫ້ອງສະໝຸດບໍ່ໃຫ້ຈີກຂາດ, ເປ່ເພ ແລະ ຕົກເຮ່ຍເສຍຫາຍ
  • ໃຊ້ຄຳເວົ້າສຸພາບ, ຫ້າມໃຊ້ສຽງດັງ ຫຼື ການກະທຳໃດໆທີ່ເປັນການລົບກວນຜູ້ອື່ນທີ່ກຳລັງອ່ານໜັງສື ຫຼື ກຳລັງຄົ້ນຄ້ວາຢູ່
  • ຫ້າມສູບຢາຢູ່ໃນຫ້ອງອ່ານເດັດຂາດ ;
  • ຫ້າມນຳເອົາອາຫານ ແລະ ເຄື່ອງດື່ມທຸກຊະນິດເຂົ້າໃນຫ້ອງອ່ານ ;
  • ຫ້າມໃຊ້ຫ້ອງສະໝຸດເປັນບ່ອນນອນ ຫຼື ບ່ອນພັກຜ່ອນ ;
  • ຫ້າມໃຊ້ຫ້ອງສະໝຸດເປັນບ່ອນພົບປະໂອ້ລົມກັນ ;
  • ຫ້າມເປີດສຽງໂທລະສັບດັງເກີນຄວນ, ຖ້າຈຳເປັນໃຊ້ຕ້ອງອອກໄປໃຊ້ຢູ່ຂ້າງນອກ
  • ເອົາປື້ມອອກຈາກຖ້ານດ້ວຍຄວາມລະມັດລະວັງ .
  • ກ່ອນອອກຈາກຫ້ອງອ່ານໃຫ້ເກັບມ້ຽນປື້ມ, ເອກະສານທີ່ຕົນຄົ້ນຄ້ວານັ້ນໄວ້ຄືນບ່ອນເກົ່າ ແລະ ມ້ຽນໂຕະ, ຕັ່ງໃຫ້ເປັນລະບຽບຮຽບຮ້ອຍ
  • ຫາກມີຂໍ້ຂັດຂ້ອງ ຫຼື ບັນຫາໃດໆກ່ຽວຂ້ອງກັບການໃຊ້ຫ້ອງສະໝຸດກະລຸນາປຶກສານຳພະນັກງານຮັບຜິດຊອບ
  • ກໍລະນີມີການສົງໃສ, ພະນັກງານຫ້ອງສະໝຸດມີສິດກວດຄົ້ນ ແລະ ຕັກເຕືອນ .
10. ລະບຽບການປັບໄໝ :
  • ທຸກໆທ່ານທີ່ເຂົ້າຫ້ອງອ່ານປື້ມໃນຫ້ອງສະໝຸດ ມວສ ຕ້ອງປະຕິບັດກົດລະບຽບຢ່າງເຂັ້ມງວດ, ຜູ້ຝ່າຝືນຈະຖືກຕັກເຕືອນ, ສຶກສາອົບຮົມ 2 ຄັ້ງ, ຄັ້ງທີ່ 3 ຈະຖືກຕັດສິດການເປັນສະມາຊິກຂອງຫ້ອງສະໝຸດ
  • ການສົ່ງປື້ມກາຍກຳນົດຈະຖືກປັບໄໝຫົວລະ 1,000 ກີບ / ມື້ / ຫົວ
  • ບຸກຄົນໃດເຮັດປື້ມຈີກຂາດ ຫຼື ເຮັດເສຍຕ້ອງໃຊ້ຄືນດ້ວຍປື້ມແບບເດີມ, ຖ້າບໍ່ໄດ້ປື້ມຈະຖືກປັບໄໝເປັນເງິນຈຳນວນ 3 ເທົ່າຂອງລາຄາປື້ມ
  • ບຸກຄົນໃດລັກປື້ມ, ທຳລາຍປື້ມ, ລັກລອບເອົາເອກະສານ, ອຸປະກອນຕ່າງໆອອກຈາກຫ້ອງສະໝຸດໂດຍບໍ່ໄດ້ຮັບອະນຸຍາດຈາກພະນັກງານຫ້ອງສະໝຸດ ຜູ້ນັ້ນຈະຖືກໄລ່ອອກຈາກການເປັນສະມາຊິກທັນທີ ແລະ ນຳສະເໜີຕໍ່ທ່ານຫົວໜ້າ ສຄສ ເພື່ອປະຕິບັດວິໃນຕາມລະບຽບກົດໝາຍ .
11. ຄວາມປອດໄພ :
  • ປື້ມ, ເອກະສານ, ວັດຖຸຕ່າງໆທີ່ຜູ້ມານຳໃຊ້ຈະນຳອອກຈະຕ້ອງໄດ້ຖືກກວດກາຢ່າງລະອຽດໂດຍເຈົ້າໜ້າທີ່ຫ້ອງສະໝຸດ
  • ກະລຸນາກວດກາໃຫ້ລະອຽດ, ແນ່ໃຈກ່ອນຈຶ່ງນຳປື້ມ, ເອກະສານຕ່າງໆອອກຈາກຫ້ອງສະໝຸດ .
ຫໍສະຫມຸດກາງ
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ
ໂທລະສັບ:
+85621 219090

SUPPORT BY